ອິດທິບາດ ຫຼືອິດທິບາດ໔ເປັນສັບໃນພຣະພຸດທະສາດສະໜາໝາຍເຖິງຖານຫຼືຫົນທາງສູ່ຄວາມສຳເລັດ,ບາດຖານແຫ່ງຄວາມສຳເລັດຫຼືຄຸນນະທັມທີ່ນຳໄປສູ່ຄວາມສຳເລັດແຫ່ງຜົນທີ່ມຸ້ງໝາຍໄວ້
#ມີ໔ ປະການຄື:
໑.ສັນທະ(ຄວາມພໍໃຈ)ຄືຄວາມຕ້ອງການທີ່ຈະເຮັດ,ໃຝ່ໃຈຮັກຈະເຮັດສິ່ງນັ້ນຢູ່ສະເໝີແລະປາດຖະໜາຈະເຮັດໃຫ້ໄດ້ຜົນດີຍິ່ງໆຂຶ້ນໄປ.
“ດູກອນພິກຂຸທັງຫຼາຍເຮົາໄດ້ມີຄວາມຄິດຢ່າງນີ້ວ່າພິກຂຸໃນທັມວິໄນນີ້ຍ່ອມຈະເລີນອິດທິບາດອັນປະກອບດ້ວຍສັນທະສະມາທິແລະປະທານະສັງຂານດັ່ງນີ້ວ່າ:ສັນທະຂອງເຮົາຈັກບໍ່ຢໍ່ຢ່ອນເກີນໄປ,ບໍ່ຕ້ອງປະຄອງເກີນໄປ,ບໍ່ຫົດຫູພາຍໃນ,ບໍ່ຝຸ່ງຊ່ານໄປໃນພາຍໃນແລະເຈົ້າມີຄວາມສຳຄັນໃນເບື້ອງຫຼັງແລະເບື້ອງໜ້າສັນໃດເບື້ອງຫຼັງກໍ່ສັນນັ້ນເບື້ອງຫຼັງສັນໃດເບື້ອງໜ້າກໍ່ສັນນັ້ນເບື້ອງລຸ່ມສັນໃດເບື້ອງເທິງກໍ່ສັນນັ້ນເບື້ອງເທິງສັນໃດເບື້ອງລຸ່ມກໍ່ສັນນັ້ນກາງເວັນສັນໃດກາງຄືນກໍ່ສັນນັ້ນກາງຄືນສັນໃດກາງເວັນກໍ່ສັນນັ້ນ,ພວກເຈົ້າມີໃຈເປີດເຜີຍບໍ່ມີຫຍັງຫຸ້ມຫໍ່ອົບຮົມຈິດໃຈໃຫ້ສະຫວ່າງຢູ່”
໒.ວິຣິຍະ(ຄວາມພຽນ)ຄືຂະຫຍັນໝັ່ນປະກອບສິ່ງນັ້ນດ້ວຍຄວາມພະຍາຍາມເຂັ້ມແຂງອົດທົນເອົາວຽກເອົາງານບໍ່ທໍ້ຖອຍ.
“ພິກຂຸຍ່ອມຈະເລີນອິດທິບາດອັນປະກອບດ້ວຍວິຣິຍະສະມາທິແລະປະທານະສັງຂານດັ່ງນີ້ວ່າ:ວິຣິຍະຂອງເຮົາຈັກບໍ່ຫຍໍ້ຢ່ອນເກີນໄປບໍ່ຕ້ອງປະຄອງເກີນໄປບໍ່ມີຫຍັງຫຸ້ມຫໍ່ອົບຮົມຈິດໃຈໃຫ້ສະຫວ່າງຢູ່”
໓.ຈິດຕະ(ຄວາມຄິດ)ຄືຕັ້ງຈິດຮັບຮູ້ໃນສິ່ງທີ່ເຮັດເເລະເຮັດສິ່ງນັ້ນດ້ວຍຄວາມຄິດເອົາຈິດຝັກໃຝ່ບໍ່ປະໃຈໃຫ້ຝຸ່ງຊ່ານເລືອນລອຍໄປ.
໔.ວິມັງສາ(ຄວາມຕຶກຕອງຫຼືທົດລອງ)ຄືໝັ່ນໃຊ້ປັນຍາພິຈາລະນາໃຄ່ຄວນກວດກາເຫດຜົນແລະກວດສອບຂໍ້ຍິ່ງຢໍ້ຢ່ອນໃນສິ່ງທີ່ເຮັດນັ້ນມີການວາງແຜນວັດຜົນຄິດຄົ້ນວິທີແກ້ໄຂປັບປຸງເປັນຕົ້ນ.
ທີ່ມາ: วิกิพิเดียไทย
ไม่มีความคิดเห็น:
แสดงความคิดเห็น